ຄະນະຊີ້ນໍາໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ (ຄລຖລ) ຂັ້ນສູນກາງ ຈັດກອງປະຊຸມປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026
12/06/2026
ໃນວັນທີ 12 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ. ກົມຊົນລະປະທານ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ໄດ້ຈັດກອງປະຊຸມຄະນະຊີ້ນໍາ ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ (ຄລຖລ) ຂັ້ນສູນກາງ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026. ເຊີ່ງໂຄງການດັ່ງກ່າວແມ່ນໄດ້ຮັບທືນການກູ້ຢືມ+ຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ (ADB) ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ. ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ. ນາງ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງໆຄຳມ່ວນ, ມີທ່ານຫົວໜ້າກົມຊົນລະປະທ່ານ, ຄະນະຊີ້ນໍາໂຄງການຂັ້ນສູນກາງ ແລະ 3 ແຂວງເປົ້າໝາຍຄື: ແຂວງ ຄໍາມ່ວນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ຮອງລັດຖະມົນຕິກະຊວງກະສິກຳ ແລະ ສິ່ງແວດລ້ອມກ່າວຈຸດປະສົງຂອງກອງປະຊຸມແມ່ນເພື່ອ:
1). ຮັບຟັງການລາຍງານໂດຍສັງເຂບ ຂອງຄະນະຮັບຜິດຊອບໂຄງການ ຂັ້ນສູນກາງກ່ຽວກັບຄວາມຄືບຫນ້າການຈັດຕັ້ງປະຕິບັດ, ສິ່ງທ້າທາຍ ແລະ ຂໍ້ສະເໜີ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ຂອງໂຄງການ ໂດຍຕິດພັນກັບບັນດາໜ້າວຽກ;
2). ທິດທາງແຜນການ ປະຈໍາປີ 2026 ແລະ ຍຸດທະສາດໂຄງການໃນຕໍ່ໜ້າ.
3). ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າ, ການປຶກສາຫາລື ແລະ ການປະກອບຄໍາຄິດ ຄໍາເຫັນ ຕໍ່ບົດສະຫຼຸບຂອງໂຄງການ ໂດຍສະເພາະ ກ່ຽວກັບບັນຫາທີ່ພົບພໍ້, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ວິທີການແກ້ໄຂ ວ່າມີຄວາມສອດຄ່ອງຕາມສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນແລ້ວບໍ.
ໃນເວລາມາ ທ່ານ ປອ. ຄຳຮູ້ ພັນທະວົງ ຜູ້ປະສານງານໂຄງການ (ຄລຖລ) ຂັ້ນສູນກາງ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໂດຍລວມ, ແລະ ຜົນໄດ້ຮັບຕົ້ນຕໍຂອງໂຄງການຄື: ເພື່ອແນ່ໃສ່ຫຼຸດຜ່ອນຄວາມສຽ່ງ ແລະ ການປັບຕົວຕໍ່ການປຽ່ນແປງດິນຟ້າອາກາດ ຄຽງຄູ່ກັບການປັບປຸງຊິວິດການເປັນຢູ່ຂອງຊຸມຊົນກະສິກຳໃນ 3 ແຂວງເປົ້າໝາຍຂອງໂຄງການ, ໂດຍການເພີ່ມທະວີການຄູ້ມຄອງນ້ຳຖ້ວມ ເສີມສ້າງຄວາມທົນທານຂອງໂຄງລ່າງພື້ນຖານ ຊົນລະປະທານ ຕໍ່ດິນຟ້າອາກາດ, ຫັນປຽ່ນການປູກພືດທີ່ມີມູນຄ່າສູງໃນລະດຸແລ້ງ.
ຈາກນັ້ນບັນດາຜູ້ແທນທີ່ເຂົ້າມາຮ່ວມໃນກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ພິຈາລະນາຮັບຮອງເອົາເນື້ອໃນ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ. ໃນຕອນທ້າຍຂອງກອງປະຊຸມ, ທ່ານຄະນະປະທານ ຍັງໄດ້ຮຽກຮ້ອງໃຫ້ບັນດາແຂວງທີ່ນອນໃນເປົ້າໝາຍໂຄງການ ສືບຕໍ່ໃນການຮ່ວມມື, ການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ທຸກບັນຫາ ຢ່າງພາວະວິໄສ, ເລິກເຊິ່ງ ແລະ ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໃນຄັ້ງນີ້ ມີຄຸນນະພາບ, ສາມາດນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.
ພາບ ແລະ ຂໍ້ມູນເພີ່ມຕື່ມ
ພາບ ແລະ ຂໍ້ມູນເພີ່ມຕື່ມ

