ສໍາມະນາວິທະຍາສາດ ວຽກງານສິິ່ງແວດລ້ອມ

11/06/2026

ສໍາມະນາວິທະຍາສາດ ວຽກງານສິິ່ງແວດລ້ອມ

ໃນໄລຍະທີິ່ຜ່ານມາ ສປປ ລາວ ໄດ້ປະເຊີນກັບຄວາມທ້າທາຍ ຫຼາຍດ້ານ ໂດຍສະເພາະ ສະພາບພ ມອາກາດ ທີິ່ຜັນຜວນ ແລະ ບັນຫາການປ່ຽນແປງດິນຂອງສະພາບດິນຟ້າອາກາດ ທີ່ໄດ້ສົົ່ງຜົນກະທົບ ຢ່າງຮຸນແຮງ ເຮັດໃຫ້ເກີດມີໄພພິບັດ, ພື້ນທີ່ປ່າໄມ້ຖືກທໍາລາຍ, ການສູນເສຍທີ່ດິນ, ຊີວະນາໆພັນ ແລະ ແຫຼ່ງນໍ້າ, ສົົ່ງຜົນ ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຖິິ່ນທີ່ຢູ່ອາໄສຂອງພືດ ແລະ ສັດປ່າ, ພ້ອມທັງ ເກີດບັນຫາ ຂີ້ເຫຍື້ອ ແລະ ມົນລະພິດ ອື່ນໆ. ໃນນີ້, ສະເພາະປີ 2025 ນີ້ ມີໄພນໍ້າຖ້ວມ ໄພແຫ້ງແລ້ງ ໄດ້ສົົ່ງຜົນກະທົບຕໍ່ ປະຊາຊາຊົນ ຫຼາຍກວ່າ 327,000 ຄົນໃນ 16 ແຂວງ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 111 ລ້ານ ໂດລາສະຫະລັດ. ນອກຈາກນີ້ ຍັງປະເຊີນກັບບັນຫາ ມົນລະພິດ ທາງອາກາດ ໃນແຕ່ລະປີ ໂດຍ ສະເພາະ ໃນລະຫວ່າງ ເດືອນມັງກອນ ຫາ ເດືອນເມສາ ເຊິິ່ງສົົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງ ເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມປະຊາກອນ ທີິ່ມີຄວາມສ່ຽງ ນອກນີ້ ຍັງສົົ່ງຜົນກະທົບ ຕໍ່ລະບົບນິເວດແມ່ນໍ້າ ທີ່ເປັນ ແຫຼ່ງຊັບພະຍາກອນທີ່ສໍາຄັນ ຕໍ່ຊີວິດການດໍາລົງຊີວິດ ຂອງປະຊາຊົນ.
ດັ່ງນັ້ນ, ໃນວັນທີ 11 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດ ກອງປະຊຸມສໍາມະນາ ວິທະຍາ ສາດ ກ່ຽວກັບ ວຽກງານສິິ່ງແວດລ້ອມ ເພື່ອສະເຫຼີມສະຫຼອງ ວັນສິິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ປະຈໍາປີ 2026 ຂຶ້ນ ໂດຍການ ໃຫ້ກຽດເປັນ ປະທານຮ່ວມ ຂອງ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ມາຕິນ ເທເລີ້ ຜູ້ຕາງໜ້າ ອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ມີທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ອົງການຈັດຕັັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນ ການສຶກສາ ແລະ ອົງການຈັດຕັັ້ງທາງສັງຄົມ ທັງສູນກາງ ແລະ ທ້ອງຖິິ່ນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມສຳມະນາ ໃນມື້ນີ້ ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ເສັັ້ນທາງທີ່ຍືນຍົງ ສໍາລັບ ສປປ ລາວ: ການຂັບເຄື່ອນ ການເຕີບໂຕທາງເສດຖະກິດ ແລະ ຄວາມຍືນຍົງ ດ້ານສິິ່ງແວດລ້ອມ” ຊຶິ່ງຈະເປັນເວທີ ທີ່ມີຄວາມໝາຍສຳຄັນ ໃນການເປີດໂອກາດໃຫ້ຜູ້ມີສ່ວນ ຮ່ວມໃນການວາງນະໂຍບາຍ, ນັກວິຊາການ, ສະຖາ ບັນການສຶກສາ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ອົງການຈັດຕັັ້ງສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມາຮ່ວມກັນ ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ນໍາສະເໜີນວັດຕະກໍາໃໝ່ໆ ທີ່ຕິດພັນວຽກງານ ດ້ານສິິ່ງແວດລ້ອມແບບຍືນຍົງ ໂດຍສະເພາະ ການຄຸ້ມຄອງມົນລະພິດ ແລະ ປລາສຕິກ, ການອະນຸລັກຊີ ວະນາໆພັນ, ການຫັນປ່ຽນໄປສູ່ກາກບອນຕໍ່າ ແລະ ອື່ນໆ. ລັດຖະບານ ກໍ່ຄື ຂະແໜງການ ກະສິກໍາ ແລະ ສິິ່ງແວດລ້ອມ ໄດ້ປະສານສົມທົບກັບ ກະຊວງ, ອົງການປົກຄອງທ້ອງຖິິ່ນ, ອົງການຈັດຕັັ້ງສາກົນ, ຄູ່ຮ່ວມ ພັດທະນາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດນະໂຍບາຍ ແລະ ຫາວິທີປ້ອງກັນ, ຮັບມື ແລະ ແກ້ໄຂ ບັນຫາ ດັ່ງກ່າວ ໂດຍຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ ຕາມທິດການເຕີບໂຕສີຂຽວ ແລະ ຍືນຍົງ.

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ