ກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງຊຸກຍູ້, ຕີດຕາມ, ກວດກາ ການຈັັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຂອງວິທະຍາໄລຊົນລະປະທານທ່າງ່ອນ
09/06/2026
ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນວັນທີ 08 ມີຖຸນາ 2026 ທີ່ຫ້ອງປະຊຸມວິທະຍາໄລຊົນລະປະທານ ທ່າງ່ອນ ໄດ້ຕ້ອນຮັບການລົງຊຸກຍູ້, ຕີດຕາມ ແລະ ກວດກາ ການຈັັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຂອງວິທະຍາໄລຊົນລະປະທານ ທ່າງ່ອນ. ມີບັນດາຄະນະອໍານວຍການ, ຫົວໜ້າ, ຮອງພະແນກ, ພາກວິຊາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 14 ທ່ານ ຍິງ 05 ທ່ານ.
ທ່ານ ແກ້ວສົມພົງ ເທບພະຣັກວົງໄຊ ຮັກສາການອຳນວຍການວິທະຍາໄລ ໄດ້ໃຫ້ກຽດກ່າວຕ້ອນຮັບ ທ່ານ ສົມຫວັງ ພິມມະສອນ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຊຸກຍູ້, ຕິດຕາມ ແລະ ກວດກາ ການຈັັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025 ແລະທິດທາງແຜນການ ປີ2026 ວິທະຍາໄລຊົນລະປະທານທ່າງ່ອນ. ຈາກນັ້ນ, ທ່ານ ບຸນປະເສີດ ວຽງໄຊສີ ຮອງອຳນວຍການວິທະຍາໄລ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການເຄື່ອນໄຫວວຽກງານທີ່ຜ່ານມາແຕ່ປີ 2025 ແລະ ທິດທາງແຜນການ 2026 ຕາມພາລະບົດບົດບາດ ຂອງວິທະຍາໄລຊົນລະປະທານ, ໃນກອງປະຊຸມ ທ່ານ ສົມຫວັງ ພິມມະສອນ ໄດ້ແນະນໍາກ່ຽວກັບວຽກງານກວດກາລັດ; ວຽກງານກວດກາພັກ. ພ້ອມທັງປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ແກ້ວສົມພົງ ເທບພະຣັກວົງໄຊ ຮັກສາການອຳນວຍການວິທະຍາໄລ ຊົນລະປະທານ ໄດ້ກ່າວສະແດງຄວາມຂອບໃຈນຳທ່ານ ສົມຫວັງ ພິມມະສອນ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ.
ພາບ ແລະ ຂໍ້ມູນເພີ່ມຕື່ມ
ພາບ ແລະ ຂໍ້ມູນເພີ່ມຕື່ມ

