ການນຳ ກສ ເຂົ້າຮ່ວມກອງປະຊຸມສະພາບໍລິຫານໃຫຍ່ຄັ້ງທີ VIII ຂອງກອງທຶນສິ່ງແວດລ້ອມໂລກ

07/06/2026

ການນຳ ກສ ເຂົ້າຮ່ວມກອງປະຊຸມສະພາບໍລິຫານໃຫຍ່ຄັ້ງທີ VIII ຂອງກອງທຶນສິ່ງແວດລ້ອມໂລກ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ກສ ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານໃຫຍ່ ຄັ້ງທີ VIII ຂອງກອງທຶນສິ່ງແວດລ້ອມໂລກ (GEF) ທີ່ເມືອງ ຊາມາການ, ປະເທດ ອຸສເບກິດສະຖານ. ໃນລະຫວ່າງວັນທີ 30 ພຶດສະພາ ຫາ 6 ມິຖຸນາ 2026, ນໍາພາໂດຍ ທ່ານ ປອ. ນ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ. ກອງປະຊຸມດັ່ງກ່າວແມ່ນເວທີປຶກສາຫາລື ເຊີ່ງໄດ້ເຕົ້າໂຮມເອົາຜູ້ນຳທາງດ້ານສິ່ງແວດລ້ອມ, ຜູ້ກຳນົດນະໂຍບາຍ, ອົງການຈັດຕັ້ງທາງສັງຄົມ (CSO), ຊົນເຜົ່າພື້ນເມືອງ, ພາກເອກະຊົນ, ແລະ ເຍົາວະຊົນ ຈາກທັງໝົດ 186 ປະເທດສະມາຊິກ, ໃນທຸກໆ 4 ປີ ເພື່ອທົບທວນຄືນນະໂຍບາຍ, ປະເມີນຜົນການດຳເນີນງານຂອງບັນດາໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນ GEF ແລະ ກຳນົດທິດທາງບູລິມະສິດສຳລັບການ ເຄື່ອນໄຫວວຽກງານດ້ານສິ່ງແວດລ້ອມໃນອະນາຄົດ. ໃນການປຶກສາຫາລືກ່ຽວກັບບັນຫາສິ່ງແວດລ້ອມລະດັບໂລກ ທີ່ຮີບດ່ວນເຊັ່ນ: ການສູນເສຍຊີວະນາໆພັນ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມມົນລະພິດ, ແລະ ການຊຸດໂຊມຂອງທີ່ດິນ. ຜ່ານການປຶກສາຫາລື ແລະ ການນຳສະເໜີເຫຼົ່ານີ້, ກອງປະຊຸມໃຫຍ່ບໍ່ພຽງແຕ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມໂປ່ງໃສພາຍໃນລະບົບກອງທຶນ GEF ເທົ່ານັ້ນ, ແຕ່ຍັງຮັດແໜ້ນຄວາມສາມັກຄີລະດັບໂລກ ໃນການແກ້ໄຂບັນຫາສິ່ງແວດລ້ອມ ທີ່ສະຫຼັບຊັບຊ້ອນອີກດ້ວຍ. ຫຼາຍກວ່າ 2,000+ ຄົນ ຈາກທົ່ວເຄືອຂ່າຍຄູ່ຮ່ວມງານຂອງກອງທຶນສິ່ງແວດລ້ອມໂລກ ໄດ້ມາເຕົ້າໂຮມກັນຢູ່ ປະເທດອຸສເບກິດສະຖານ ດ້ວຍຄວາມມຸ່ງໝັ້ນ ແລະ ການປະຕິບັດຕົວຈິງ ເພື່ອຕ້ອນຮັບການລະດົມທຶນຄັ້ງທີ 9 ຂອງ (GEF-9) ມູນຄ່າ 3.9 ຕື້ໂດລາ, ພ້ອມທັງແລກປ່ຽນແນວຄິດ ເພື່ອຊຸກຍູ້ການກ້າວໄປສູ່ເປົ້າໝາຍສາກົນປີ 2030 ຢ່າງກ້າວກະໂດດ.
ໃນລະຫວ່າງ ກອງປະຊຸມສະພາບໍລິຫານໃຫຍ່ ຄັ້ງທີ VIII, ທ່ານ ປອ. ນ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກສ ໄດ້ຂື້ນກ່າວ “statement” ໃນຫົວຂໍ້ “Last Sprint Towards 2030” ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານປະເທດ ອຸສເບກິດສະຖານ ແລະ ກອງເລຂາ GEF ທີ່ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມໃຫຍ່ ຄັ້ງທີ 8 ນີ້, ພ້ອມທັງໄດ້ເນັ້ນໜັກເຖິງຄວາມຄືບໜ້າບັນດາໂຄງການພາຍໃຕ້ແຜນງານ GEF-8 ຜ່ານການຮ່ວມມືຕ່າງໆ ທີ່ສ້າງຜົນສຳເລັດຕົວຈິງໃນດ້ານຊີວະນາໆພັນ, ຄວາມສາມາດໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງດິນເຊື່ອມໂຊມ ແລະ ເນັ້ນຢ້ຳເຖິງຄວາມພ້ອມທີ່ຈະຂະຫຍາຍການຮ່ວມມື, ເພີ່ມທະວີນະວັດຕະກຳການເງິນແບບໃໝ່ (blended finance) ແລະ ຮັດແໜ້ນການສ້າງຜົນກະທົບທາງບວກໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກສ ຍັງໄດ້ພົບປະສອງຝ່າຍ ກັບ ຕ່າງໜ້າຈາກ ກອງທຶນ GEF, ອົງການ WWF, ອົງການ FAO, ອົງການ IFAD, ອົງການ IUCN, ອົງການ UNIDO ແລະ ທະນາຄານ ADB ເພື່ອເສີມຂະຫຍາຍການຮ່ວມມື ທາງດ້ານວິຊາການ ແລະ ຊອກຫາແຫຼ່ງທຶນເຂົ້້າໃນວຽກງານ ຄຸ້ມຄອງປ່າໄມ້, ກະສິກໍາ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ພິເສດ ໂດຍອີງຕາມການສະເໜີ ຈາກ ກອງເລຂາ ກອງທຶນ GEF ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງເຈດຈໍານົງ ແລະ ຕອບຮັບເປັນເຈົ້າພາບ ຈັດກອງປະຊຸມສຳມະນາກຸ່ມປະເທດສະມາຊິກພາກຂະຫຍາຍ (ECW) ຂອງ ກອງທຶນ GEF ໃນພາກພື້ນອາຊີ ທີ່ ນະຄອນຫຼວງວຽງຈັນ ທ້າຍເດືອນກັນຍາ (9) 2026, ຊຶ່ງຈະເປັນໂອກາດດີ ຍົກລະດັບ ສປປ ລາວ ໃນວຽກດັ່ງກ່າວ ແລະ ດຶງດູດທຶນຫລາຍຂຶ້ນ. ໂດຍອີງຕາມທິດທາງບູລິມະສິດແຫ່ງຊາດ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ສະບັບປັບປຸງ (NDC 3.0) ແລະ ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງອາກາດ (NAP) ແລະ ໄດ້ເນັ້ນຢໍ້າເຖິງການຮຽກຮ້ອງໃຫ້ມີການເພີ່ມທຶນຮອນ, ປັບປຸງຂັ້ນຕອນການເຂົ້າເຖິງທຶນໃຫ້ງ່າຍດາຍຂຶ້ນສໍາລັບກຸ່ມປະເທດດ້ອຍພັດທະນາ (LDCs) ແລະ ສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ເພື່ອຮັບປະກັນອະນາຄົດທີ່ມີຄວາມທົນທານ ແລະ ຍືນຍົງ.

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ