ກົມປ່າໄມ້ເລັ່ງສ້າງຄູຝຶກການວາງແຜນປ້ອງກັນແລະສະກັດກັ້ນໄຟປ່າ

08/06/2026

ກົມປ່າໄມ້ເລັ່ງສ້າງຄູຝຶກການວາງແຜນປ້ອງກັນແລະສະກັດກັ້ນໄຟປ່າ

ໃນທຸກໆປີ ເຫດໄຟໄໝ້ລາມປ່າໄດ້ສົ່ງຜົນກະທົບຕໍ່ປ່າໄມ້, ທີ່ດິນກະສິກຳ, ຄວາມຫຼາກຫຼາຍທາງຊີວະນາໆພັນ, ການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນ ເພື່ອປ້ອງກັນ ເຫດການດັ່ງກ່າວ, ສະນັ້ນ ໃນວັນທີ 08 ມິຖຸນາ 2026 ກົມປ່າໄມ້ ໄດ້ຈັດຝຶກອົບຮົມ ແລະ ສ້າງຄູຝຶກການວາງແຜນປ້ອງກັນໄຟປ່າ ຢູ່ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສັງທອງ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້. ມີຫົວໜ້າ-ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສັງທອງ, ຫົວໜ້າກອງສຳຫຼວດປ່າໄມ້ ແລະ ປ້ອງກັນໄຟປ່າ, ຊ່ຽວຊານປ້ອງກັນໄຟໄໝ້ລາມປ່າຈາກອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ພ້ອມດ້ວຍນັກສໍາມາກອນ ຂັ້ນສູນກາງ ແລະ ເມືອງສັງທອງເຂົ້າຮ່ວມ.
ຈຸດປະສົງ ແລະ ເປົ້າໝາຍຂອງການຝຶກອົບຮົມ ຄັ້ງນີ້ ແມ່ນເພື່ອສ້າງຄູຝຶກ ເລືອກເຟັ້ນເອົາບຸກຄະລາກອນຜູ້ທີ່ມີຈະສາມາດເປັນຜູ້ນຳພາ ແລະ ສະໜັບສະໜູນການວາງແຜນປ້ອງກັນໄຟໄໝ້ປ່າຢູ່ລະດັບທ້ອງຖິ່ນ ເຊິ່ງຈະຊ່ວຍຮັບປະກັນດ້ານຄວາມຮູ້, ທັກສະ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍຜ່ານຮູບແບບການຝຶກອົບຮົມຄູຝຶກ (tot). ຈຸດເດັ່ນຂອງການຝຶກອົບຮົມໃນຄັ້ງນີ້ແມ່ນມີພາກທິດສະດີ ພ້ອມທັງເນັ້ນໃສ່ພາກປະຕິບັດຕົວຈິງ ແລະ ຮູບແບບການມີສ່ວນຮ່ວມ. ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ໂດຍກົງຈາກຂະບວນການວາງແຜນຕົວຈິງຢູ່ພາກສະໜາມໃນລະດັບບ້ານ, ເຊິ່ງລວມມີການມີສ່ວນຮ່ວມຂອງຊຸມຊົນ, ການເກັບກຳຂໍ້ມູນ, ການສ້າງແຜນ ແລະ ການວາງແຜນຈັດຕັ້ງປະຕິບັດ. ແຜນປ້ອງກັນໄຟໄໝ້ປ່າທີ່ໄດ້ຮັບການພັດທະນາ ເພື່ອໃຫ້ສາມາດນຳໄປປະຕິບັດໄດ້ຕົວຈິງທີ່ມີຄວາມຊັດເຈນ ແລະ ເປັນເຄື່ອງມືທີ່ເນັ້ນການລົງມືເຮັດເຊິ່ງຊຸມຊົນສາມາດນຳໃຊ້ເຂົ້າໃນການຊີ້ນຳ ແລະ ຕິດຕາມກວດກາກິດຈະກຳການປ້ອງກັນໄຟໄໝ້ປ່າໄດ້. ສໍາລັບການຝຶກອົບຮົມໃນຄັ້ງນີ້້ ແມ່ນຈະດໍາເນີນເປັນເວລາ 4 ວັນເຕັມ.

ພາບ ແລະ ຂໍ້ມູນເພີ່ມຕື່ມ

 

ຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII
ຈຳນວນຜູ້ເຂົ້າຊົມເວັບໄຊ