ກະຊວງກະສິກຳ ແລະ ສິ່ງແວດລ້ອມ ປະກາດເປີດນຳໃຊ້ສາຍດ່ວນ 1528 ຢ່າງເປັນທາງການ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ແລະ ພືດປ່າຜິດກົດໝາຍ
04/06/2026
ໃນຕອນບ່າຍ ຂອງວັນທີ 04 ມິຖຸນາ 2026 ນີ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປະກາດຮັບຮອງ ແລະ ເປີດນຳໃຊ້ຊ່ອງທາງການສື່ສານພິເສດທາງລັດຖະການຢ່າງເປັນທາງການ. ກອງປະຊຸມໃນຄັ້ງນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ຫົວໜ້າກົມປ່າໄມ້, ຮອງກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຜູ້ຖືກແຕ່ງຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອເປັນການຍົກສູງປະສິດທິພາບໃນການບັງຄັບໃຊ້ກົດໝາຍ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດຂອງຊາດ ໂດຍໄດ້ເປີດນຳໃຊ້ຊ່ອງທາງເພື່ອຮັບແຈ້ງເຫດ ເຊິ່ງປະກອບມີ: ໝາຍເລກໂທລະສັບສາຍດ່ວນ 1528, ອີເມວທາງການ (cites.ma.laos@gmail.com) ແລະ ເວັບໄຊທ໌ (https://dof.mis-mae.gov.la). ຊ່ອງທາງເຫຼົ່ານີ້ ຈະເປັນສູນກາງຮັບແຈ້ງເຫດ ແລະ ລາຍງານການກະທຳຜິດທາງອາຍາ ທີ່ກ່ຽວຂ້ອງກັບການລັກລອບຄ້າຂາຍສັດປ່າ, ພືດປ່າ ແລະ ບັນຫາໄຊເຕັດ (CITES).
ການເປີດນຳໃຊ້ສາຍດ່ວນໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດຢ່າງເຄັ່ງຄັດຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ. ພ້ອມກັນນັ້ນ, ຍັງເປັນການສະແດງເຖິງຄວາມຈິງໃຈ ແລະ ຄວາມມຸ່ງໝັ້ນຂອງຫ້ອງການກະຊວງ ໃນການຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ CITES ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.
ການສ້າງຕັ້ງສູນກາງບັນຊາການຮັບແຈ້ງເຫດນີ້ ຈະເປັນການອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ທຸກພາກສ່ວນ ໃນການແຈ້ງເບາະແສການກະທຳຜິດ ໂດຍລັດຖະບານມີກົນໄກຮັບປະກັນການຮັກສາຄວາມລັບຂັ້ນສູງສຸດຂອງຜູ້ແຈ້ງເບາະແສ ເພື່ອຄວາມປອດໄພ. ຄະນະຮັບຜິດຊອບສາຍດ່ວນ 1528 ຈະເປີດຮັບການແຈ້ງເຫດຕະຫຼອດ 24 ຊົ່ວໂມງ ດ້ວຍຄວາມວ່ອງໄວ ແລະ ເປັນມືອາຊີບ.
ທຸກໆເບາະແສທີ່ໄດ້ຮັບ ຈະຖືກບັນທຶກຢ່າງເປັນລະບົບ, ວິເຄາະຄວາມໜ້າເຊື່ອຖື ແລະ ສົ່ງຕໍ່ໃຫ້ໜ່ວຍງານປະຕິບັດການລົງສະກັດກັ້ນ ແລະ ປາບປາມຢ່າງເດັດຂາດ. ນອກຈາກນີ້, ຍັງຈະມີການປະສານສົມທົບກຳລັງຢ່າງແໜ້ນແຟ້ນ ລະຫວ່າງ ກົມປ່າໄມ້, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ພາສີ ເພື່ອສ້າງເປັນຕາໜ່າງຍຸຕິທຳ ທີ່ສາມາດຕີຖອຍ ແລະ ທຳລາຍເຄືອຂ່າຍອາຊະຍາກຳຂ້າມຊາດໃຫ້ໝົດສິ້ນໄປຈາກ ສປປ ລາວ.
ການເປີດຕົວຊ່ອງທາງໃໝ່ນີ້ ຖືເປັນບາດກ້າວສຳຄັນທີ່ເປີດໂອກາດໃຫ້ມວນຊົນ ໄດ້ມີສ່ວນຮ່ວມໂດຍກົງໃນການປົກປັກຮັກສາຊັບພະຍາກອນທຳມະຊາດອັນລ້ຳຄ່າຂອງຊາດຢ່າງແທ້ຈິງ.
ພາບ ແລະ ຂໍ້ມູນເພີ່ມຕື່ມ
ພາບ ແລະ ຂໍ້ມູນເພີ່ມຕື່ມ

