ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ແລະ ເວທີສຳມະນາຜູ້ນຳແຊມາອຶລລະດັບໂລກ ປີ 2025.

25/09/2025

ຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ແລະ ເວທີສຳມະນາຜູ້ນຳແຊມາອຶລລະດັບໂລກ ປີ 2025.

ໃນວັນທີ 17 ກັນຍາ 2025 ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສປປ ລາວ ນຳໂດຍ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ແລະ ເວທີສຳມະນາຜູ້ນຳແຊມາອຶລດົງລະດັບໂລກ ປີ 2025 (Global Saemaul Ministerial Meeting & Global Saemaul Leadership Forum 2025) ທີ່ເມືອງຄະຢອງຈູ, ສ.ເກົາຫຼີ. ກອງປະຊຸມຄັ້ງນີ້ ໄດ້ມີບັນດາລັດຖະມົນຕີ ແລະ ຜູ້ນຳດ້ານການພັດທະນາຊົນນະບົດ ຈາກ 40 ກວ່າປະເທດ ເຂົ້າຮ່ວມ ເພື່ອແລກປ່ຽນປະສົບການ ກ່ຽວກັບ ຂະບວນການແຊມາອຶລ ຢູ່ແຕ່ລະປະເທດສະມາຊິກ ແລະ ປຶກສາຫາລື ກ່ຽວກັບ ຍຸດທະສາດການພັດທະນາຊົນນະບົດແບບຍືນຍົງ.
ຄະນະຜູ້ແທນລາວ ໄດ້ນຳສະເໜີສະພາບການໃນປັດຈຸບັນ ແລະ ວິໄສທັດໃນອະນາຄົດຂອງການພັດທະນາຊົນນະບົດ ຢູ່ ສປປ ລາວ, ໂດຍຍົກໃຫ້ເຫັນເຖິງຄວາມພະຍາຍາມໃນການນຳໃຊ້ຮູບແບບແຊມາອຶລ ຫຼື ເອີ້ນວ່າ: ການພັດທະນາບ້ານແບບໃໝ່ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊຸມຊົນ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ແລະ ຂະຫຍາຍການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ແມ່ຍິງໃນຊຸມຊົນ ຊົນນະບົດໃຫ້ຫຼາຍຂຶ້ນ, ຊຶ່ງທ່ານ ຮອງລັດຖະມົນຕີ ໄດ້ກ່າວເນັ້ນວ່າ: “ການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃນເຂດຊົນນະບົດ ແລະ ການຊຸກຍູ້ກະສິກຳແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ຍັງຄົງເປັນບັນຫາສຳຄັນ ແລະ ເປັນສິ່ງທ້າທາຍຂອງ ສປປ ລາວ. ຜ່ານການຮ່ວມມືກັບ ສ.ເກົາຫຼີ, ພວກເຮົາຕັ້ງເປົ້າໝາຍທີ່ຈະພັດທະນາຮູບແບບການພັດທະນາຊົນນະບົດແບບມີສ່ວນຮ່ວມໃນຊຸມຊົນທີ່ເປັນຮູບປະທຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນຂອງພວກເຮົາ ໃຫ້ເຂົາເຈົ້າສາມາດ ເພິ່ງຕົນເອງ, ມີລາຍຮັບ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ”.
ໃນລະຫວ່າງການເຂົ້າຮ່ວມເວທີສຳມະນາ, ຄະນະຜູ້ແທນລາວ ໄດ້ມີການພົບປະຫາລືກັບເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ສ. ເກົາຫຼີ, ບັນດາປະເທດສະມາຊິກ ແຊມາອຶລ ແລະ ຄູ່ຮ່ວມມືສາກົນ ເພື່ອຊອກຫາຊ່ອງທາງໃນການແລກປ່ຽນດ້ານນະໂຍບາຍ, ການຮ່ວມມືດ້ານວິຊາການ, ແລະ ຂໍ້ລິເລີ່ມໃນການຄົ້ນຄວ້າຮ່ວມກັນ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມສະຖານທີ່ຕົວແບບການພັດທະນາຊົນນະບົດ ແລະ ໂຮງງານອຸດສາຫະກຳຕ່າງໆໃນເມືອງຄະຢອງຈູ ເພື່ອຢ້ຽມຊົມເບິ່ງບົດຮຽນຕົວຈິງກ່ຽວກັບຜົນສຳເລັດຂອງຂະບວນການແຊມາອຶລ ຂອງ ສ.ເກົາຫຼີ ຊຶ່ງເປັນພື້ນຖານໃນການພັດທະນາປະເທດຊາດ.
ໃນໂອກາດ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສ. ເກົາຫຼີ ໄດ້ມອບລາງວັນດີເດັ່ນ ໃຫ້ 5 ປະເທດສະມາຊິກ ແຊມາອຶລດົງ, ຊຶ່ງ ສປປ ລາວ ກໍ່ໄດ້ຮັບລາງວັນດີເດັ່ນທີ່ຢັ້ງຢືນຜົນງານການປະກອບສ່ວນໃນການຮ່ວມມື ແລະ ການນຳພາຊຸກຍູ້ການຈັດຕັ້ງປະຕິບັດໂຄງການທົດລອງ ພາຍໃຕ້ການສະໜັບສະໜູນ ຂອງສູນແຊມາອຶລດົງ ຢູ່ ສປປ ລາວ ທີ່ໄດ້ພັດທະນາຊຸມຊົນຊົນນະບົດ ໂດຍການຜັນຂະຫຍາຍນະໂຍບາຍແຊມາອຶລດົງ ຢູ່ຫຼາຍບ້ານ ຢ່າງເປັນຮູບປະທຳ.
ການເຂົ້າຮ່ວມເວທີສຳມະນາໃນຄັ້ງນີ້ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງລາວໃນການຮ່ວມມືພັດທະນາຊົນນະບົດ ຮ່ວມກັບໜ່ວຍງານຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ໃນອະນາຄົດ, ສ.ເກົາຫຼີ ແລະ ສປປ ລາວ ຈະໄດ້ສືບຕໍ່ການຮ່ວມກັນຢ່າງໃກ້ຊິດໃນການສ້າງຮູບແບບການພັດທະນາຊົນນະບົດ ໃຫ້ກວ້າງຂວາງກວ່າເກົ່າ ແລະ ພ້ອມທັງຮັບປະກັນທາງດ້ານປະສິດທິພາບ ແລະ ຄວາມຍືນຍົງ, ຊຶ່ງຈະເປັນການປະກອບສ່ວນຢ່າງຫຼວງຫຼາຍ ໃນຂະແໜງພັດທະນາຊົນນະບົດ ຂອງ ສປປ ລາວ ແລະ ພ້ອມທັງເປັນການຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ.