ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມ ຄຸນນະພາບຂອງ ສປ ຈີນ ຄັ້ງທີ 6
                                            
                                            
                                        25/09/2025
            
        
            ໃນລະຫວ່າງ ວັນທີ 16-17 ກັນຍາ 2025 ຜ່ານມາ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄຸນນະພາບ ຂອງ ສປ ຈີນ ຄັ້ງທີ 6 (the 6th China Quality Conference) ທີ່ ໜານນິງ, ປະເທດ ສປ ຈີນ ພາຍໃຕ້ຫົວຂໍ້ "ການຍົກລະດັບກຳລັງການຜະລິດສູ່ຄຸນນະພາບແບບໃຫມ່". ຈຸດປະສົງ ແມ່ນເພື່ອເຜີຍແຜ່ ແລະ ແລກປ່ຽນແນວຄິດໃໝ່ຂອງ ສປ ຈີນ ໃນການພັດທະນາຄຸນນະພາບໃນລະດັບໂລກ ເຊິ່ງເນັ້ນໃສ່ການຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ທີ່ຢູ່ໃນພາກພື້ນອາຊີ ແລະ ປະເທດທີ່ມີການຮ່ວມມື ເພື່ອຍົກລະດັບມາດຕະຖານຄຸນນະພາບ ຄຽງຄູ່ກັບການສະໜັບສະໜູນການນຳໃຊ້ນະວັດຕະກຳໃໝ່ (ປັນຍາປະດິດ - AI) ເພື່ອຄວບຄຸມຄຸນນະພາບການຜະລິດ ແລະ ລະບົບອຸດສາຫະກຳ. ກອງປະຊຸມໃນຄັ້ງນີ້ ມີບັນດາຜູ້ນຳລັດຖະບານ, ອົງກອນລະຫວ່າງປະເທດ, ນັກການທູດ, ນັກວິຊາການ ແລະ ບັນດານັກທຸລະກິດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວນີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ຍັງໄດ້ເຂົ້າຮ່ວມພິທີເຊັນບົດບັນທືກຄວາມເຂົ້າໃຈ (MOU) ກ່ຽວກັບ ການຢັ້ງຢືນມາດຕະຖານຄຸນນະພາບຜະລິດຕະພັນປາ (ປາຊວາຍ) ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ກັບ ສະຖາບັນວິທະຍາສາດດ້ານຄຸນນະພາບ ແລະ ການກວດສອບ, ສປ ຈີນ (Chinese Academy of Quality and Inspection & Testing) ແລະ ພິທີເຊັນ ບົດບັນທືກຄວາມເຂົ້າໃຈ (MOU) ກ່ຽວກັບການສ້າງພື້ນຖານໂຄງລ່າງ ການຄົ້ນຄວ້າກ່ຽວກັບການສ້າງ-ຍົກລະດັບຄຸນນະພາບ, ການຢັ້ງຢືນ ແລະ ຢັ້ງຢືນມາດຕະຖານ ຜະລິດຕະພັນກະສິກຳ 4 ຊະນິດ ຄື: ເຂົ້າ, ປາຊວາຍ, ທຸລຽນ ແລະ ຢາງພາລາ ໃຫ້ແກ່ ສປປ ລາວ ລະຫວ່າງ ສະຖານບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ຊົນນະບົດ ແລະ ສະຖາບັນຄົ້ນຄວ້າຊັນຢາ, ມະຫາວິທະຍາໄລໜານຈິ່ງ, ສປ ຈີນ.
ຮຽບຮຽງຂ່າວໂດຍ: ສອນເພັດ ສຸລິພອນ
ພາບໂດຍ : ເລຂາ ທ່ານ ຮອງລັດຖະມົນຕີກະຊວງ ກສ
ພະແນກເຕັກໂນໂລຊີ ຂໍ້ມູນ-ຂ່າວສານ.
ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.
 
            
